ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທະຫານແຂວງ ບໍລິຄໍາໄຊ ປິດ​ຂະ​ບວນ​ການ​ແຂ່ງຂັນ​ກິລາ​ມວນ​ຊົນ

     ວັນ​ທີ 12 ມິຖຸນາ 2024 ນີ້, ກອງ​ບັນ​ຊາ​​​ການ​ທະຫານ​ແຂວງ​ ບໍ​ລິ​ຄຳ​ໄຊ ໄດ້​ປິດ​ຂະ​ບວນ​ການແຂ່ງຂັນ​ກິລາ​ມວນ​ຊົນ​ ໂດຍ​ການ​ເປັນ​ປະ
ທານ​ຂອງສະຫາຍ ພັນ​ເອກ ຄຳ​ແພນ ວິ​ລື້​ທຳ ຫົວໜ້າ​ການ​ທະຫານ ກອງ​ບັນຊາ​ການ​ທະຫານ​ແຂວງ​ ບໍ​ລິ​ຄຳ​ໄຊ, ມີ​ຄະນະ​ພັກ​ກອງ​ບັນຊາ​ການ,
ຄະນະ​ຫ້ອງ, ພະນັກງານ-ນັກຮົບ, ນັກ​ກິລາ ທົ່ວ​ອົງການ 5 ຫ້ອງ ພ້ອມ​ດ້ວຍ​ກົມ​ກອງ​ອ້ອມ​ຂ້າງ​ເຂົ້າ​ຮ່ວມ.

     ສະຫາຍ ພັນ​ໂທ ສາຍ​ເງິນ ແກ້ວ​ຈັນທະ​ສິນ ຮອງ​ຫົວໜ້າ​ຫ້ອງເສນາ​ທິ​ການກອງບັນຊາການ ທະຫານ​ແຂວງ ໄດ້​ສະຫຼຸບ​ການ​ແຂ່ງຂັນ​ກິລາ
​ມວນ​ຊົນ ເພື່ອ​ຂໍ່ານັບ​ຮັບ​ຕ້ອນ​ວັນ​ສຳຄັນ​ຕ່າງໆ​ຂອງ​ຊາດ ຂອງ​ພັກຂອງ​ກອງທັບເວົ້າ​ສະເພາະ​ຂໍ່ານັບຮັບ​ຕ້ອນ ​ຕ້ອນຮັບ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ
Vl ຂອງ​ອົງຄະນະ​ພັກ​ກອງ​ບັນຊາ​ການ​ທະຫານ​ແຂວງ​ ບໍ​ລິ​ຄຳ​ໄຊ ທີ່​ຈະໄຂຂຶ້ນ​ໃນຕໍ່ໜ້າ​ນີ້​ໃຫ້​ມີ​ບັນຍາກາດ​ຟົດຟື້ນ ແລະ ມີ​ຄວາມໝາຍ​ເລິກເຊິ່ງ.
ສຳລັບ​ກິລາ​ທີ່​ນຳ​ແຂ່ງຂັນ​ໃນ​ຄັ້ງ​ນີ້​ ປະກອບ​ມີ 8 ລາຍການ ຜ່ານ​ການ​ແຂ່ງຂັນ​ຕົວ​ຈິງ​ສາມາດ​ສະຫຼຸບ​ໄດ້​ດັ່ງນີ້ : ກິລາ​ບານເຕະ​ຊາວ​ໜຸ່ມ​ຊາຍ ອັນ
​ດັບ​ທີ
I ກອງຮ້ອຍ 24, ທີ II ກອງຮ້ອຍ 23, ທີ III ຫ້ອງ​ພະລາທິການ, ກິລາ​ບານເຕະ​ຊາຍ​ຮຸ່ນ​ອາວຸໂສ ອັນ​ດັບ​ທີ I ຫ້ອງ​ການເມືອງ, ​ທີ II
ກອງພັນ 619, ທີ III ຫ້ອງ​ເສນາ​ທິ​ການ, ກິລາ​ບານສົ່ງ​ຊາຍ ອັນ​ດັບ​ທີ I ກອງຮ້ອຍ​ທະຫານ​ຊາຍ​ແດນ 257, ​ທີ II ຫ້ອງ​ເສນາ​ທິ​ການ, ​ທີ III
ຫ້ອງ​ພະ​ລາ​ທິການ, ກິລາ​ບານສົ່ງ​ຍິງ ອັນ​ດັບ​ທີ I ກອງຮ້ອຍ 238, ທີ II ໂຮງໝໍ​ທະຫານ​ແຂວງ, ​ທີ III ຫ້ອງ​ພະລາທິການ, ກິລາ​ກະຕໍ້ ອັນ​ດັບ​
ທີ I ກອງພັນ 616, ທີ II ກອງຮ້ອຍ 238, ​ທີ III ຫ້ອງ​ເສນາ​ທິ​ການ, ກິລາ​ເປ​ຕັງຊາວ​ໜຸ່ມ ອັນ​ດັບທີ I ຫ້ອງ​ພະລາທິການ, ທີ II ກອງຮ້ອຍ 24,
ທີ III ກອງຮ້ອຍ 23, ເປ​ຕັງ​ຍິງ ອັນ​ດັບ​ທີ I ກອງຮ້ອຍ 24, ​ທີ II ໂຮງໝໍ​ທະຫານ​ແຂວງ, ​ທີ III ຫ້ອງ​ພະລາທິການ ແລະ ເປ​ຕັງ​ຊາຍ​ຮຸ່ນ​ອາວຸໂສ
ອັນ​ດັບທີ I ຫ້ອງ​ເສນາ​ທິ​ການ, ທີ II ກອງຮ້ອຍ 23, ທີ III ກອງຮ້ອຍ 238.

ແຫຼ່ງທີ່ມາ: ສີທອງ ຈັນທະວົງ
ວັນທີ 17/06/2024